ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນ​ໂດ​ເນ​ເຊຍ ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສັ່ງ​ຊື້​ລູກ​ສອນ​ໄຟ​ປ່ອຍ​ນຳ​ວິຖີ​ຕ້ານ​ເຮືອ​ໜ້ານ້ຳ


ລູກ​ສອນ​ໄຟ​ລຸ້ນ Atmaca

     ສຳນັກ​ຂ່າວ​ເຈນ​ລາຍ​ງານ​ໃຫ້​ຮູ້​ວ່າ: ກອງທັບ​ອິນ​ໂດ​ເນ​ເຊຍ​ ໄດ້​ເປີດເຜີຍ​ວ່າ​ກອງທັບ​ຂອງ​ຕົນ​ໄດ້​ລົງ​ນາມ​ເຊັນ​ສັນຍາ​ກັບ​ບໍລິ
ສັດ PT Republik Defensindo ຂອງ​ອິນ​ໂດ​ເນ​ເຊຍ ເຊິ່ງ​ເປັນ​ບໍລິ ສັດ​ຕົວ​ແທນ​ຂາຍ​ອາວຸດ ​ເພື່ອ​ສັ່ງ​ຊື້​ລູກ​ສອນ​ໄຟ​ປ່ອຍ​ນຳ​ວິຖີ​
ຈາກພື້ນ​ສູ່​ພື້ນ​ຕໍ່ຕ້ານ​ເຮືອ​ໜ້ານຳ້ລຸ້ນ Atmaca ຈາກ​ຕວກ​ກີ. ສັນຍາ​ສັບບັບ​ດັ່ງກ່າວ, ໄດ້​ຕົກລົງ​ສັ່ງຊື້​ລູກ​ສອນໄຟ​​ລຸ້ນ Atmaca
ຈຳນວນ 45 ລູກ ພ້ອມ​ທັງແທ່ນ​ຍິງ ແລະ ອຸປະກອນ​ຄວບ​ຄຸມ​ໃນການ​ໃຊ້​ງານ​ຄົບ​ຊຸດ.

     ລູກ​ສອນ​ໄຟ​ປ່ອຍ​ນຳ​ວິຖີ​​ລຸ້ນ Atmaca ຜະລິດ​ໂດຍ​ການ​ຮ່ວມ​ມື​ລະຫວ່າງ​ບໍລິສັດ Roketsan, ບໍລິສັດ Aselsan ແລະ
ບໍລິສັດ Kale Arge ເຊິ່ງ​ທັງ​ສາມ​ບໍລິສັດ​ແມ່ນ​ເປັນ​ຂອງ​ຕວກ​ກີ, ໂຄງການ​ຜະລິດ ແລະ ພັດທະນາ​ລູກ​ສອນ​ໄຟ​ປ່ອຍ​ນຳ​ວິຖີ​ດັ່ງ
ກ່າວ​ແມ່ນ​ໄດ້​ເລີ່ມ​ຕົ້ນ​ມາ​ຕັ້ງແຕ່​ປີ 2009 ແລະ ມີ​ບໍລິສັດ PT Republik Defensindo ຂອງ​ອິນ​ໂດ​ເນ​ເຊຍ​ ທີ່​ເຮັດ​ໜ້າທີ່​ເປັນ
​ສູນ​ກາງ​ໃນ​ດ້ານ​ການ​ຕະ ຫຼາດ​ສະເພາະ​ໃນ​ອິນ​ໂດ​ເນ​ເຊຍ. ລູກ​ສອນ​ໄຟ​ລຸ້ນ Atmaca ແຕ່​ລະ​ລູກ​ມີ​ນ້ຳໜັກ 750 ກິ​ໂລກ​ຣາມ,
ມີ​​ໂຄງ​ສ້າງ​​ຍາວ 5,2 ແມັດ, ມີ​ປີກ​ກວ້າງ 1,4 ແມັດ ແລະ ຕິດ​ຫົວ​ຮົບ​ລະເບີດແຮງ​ສູງ​ນຳ້ໜັກ 220 ກິ​ໂລກ​ຣາມ, ສາມາດ​ໂຈມ
ຕີ​ເປົ້າ​ໝາຍ​ໄດ້​ໄລຍະ​ໄກເຖິງ 220 ກິໂລແມັດ, ຕິດຕາມ​ລະ ບົບ​ດ້ວຍ INS (Inertial Navigation System) ແລະ ດາວ
​ທຽມ​ລຸ້ນ GPS (Global Positioning System) ຂະນະ​ທີ່​ລູກ​ສອນ​ໄຟ​ເຄື່ອນ​ທີ່ ແລະ ສາມາດ​ແລ່ນ​ເຂົ້າ​ຫາ​ເປົ້າ​ໝາຍ​ດ້ວຍ
ລະບົບຣາດາ.

     ຕວກ​ກີ​ ໄດ້​ດຳເນີນ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ດັ່ງກ່າວ​ດ້ວຍ​ຫົວ​ຮົບ​ແທ້​ຄັ້ງ​ທຳ​ອິດ​ໃນ​ປີ 2021 ໂດຍ​ໄດ້​ຍິງ​ຈາກ​ເຮືອ​ຄໍ​ເວດ​
ລຸ້ນ Ada ແລະ ເຮືອ​ຄໍ​ເວດ​ລຸ້ນ F-514 TCG Kinaliada ລູກ​ສອນ​ໄຟ​ລຸ້ນ​ດັ່ງກ່າວ​ໄດ້​ຖືກ​ຮັບຮອງ​ຫຼັງ​ຈາກ​ປະສົບ​ຜົນ​ສຳເລັດ​
ໃນ​ການ​ທົດ​ລອງ​ຫຼາຍ​ຄັ້ງ ແລະ ກ່າວ​ເຂົ້າ​ສູ່​ຂັ້ນ​ຕອນ​ການ​ຜະລິດ​ເພື່ອ​ນຳ​ໃຊ້ ແລະ ຂາຍ​ອອກ​ສູ່​ຕະຫຼາດ​ອາວຸດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 31/01/2024